บทความ

กำลังแสดงโพสต์จาก เมษายน, 2018

ຂໍ້ມູນເພງ

รูปภาพ

ເມືອງທຸລະຄົມ

ປະຫວັດຫຍໍ້ຂອງເມືອງທຸລະຄົມ ປະຫວັດຫຍໍ້ຂອງເມືອງທຸລະຄົມ ໄດ້ແບ່ງອອກເປັນ 3 ໄລຍະຄື: I. ໄລຍະທີ I ສະໄໝເມືອງທຸລະຄົມໄດ້ຕິດພັນກັບປະຫວັດສາດອາຈັກລ້ານຊ້າງ. ປີ ຄສ 1365 (ພສ 1898) ພຣະເຈົ້າຟ້າງຸ່ມຍົກທັບມາຕີເອົາເມືອງວຽງຈັນ ພຣະອົງ ແຕ່ງໃຫ້ບາໂບ, ບາຈີແຂ້ ເປັນຫົວໜ້າ ຝ່າຍພະຍາຊຽງມຸ່ງເຈົ້າເມືອງວຽງຈັນ ແລະ ພະຍາເພົາ ບຸດຂອງພະຍາຊຽງມຸ່ງ ຊຶ່ງເປັນເຈົ້າເມືອງວຽງຄຳ ຄັນໄດ້ຊາບຂ່າວເຈົ້າຟ້າງຸ່ມຍົກທັບມາຢຽບຢໍ່າດິນແດນ ກໍ່ເກນພົນລະເມືອງທັງສອງເມືອງອອກຕໍ່ສູ້ ໄດ້ພົນ 20.000 ຄົນ, ຊ້າງ 500 ໂຕ. ການຕໍ່ສູ້ໄດ້ເປັນໄປຢ່າງດຸເດືອດ, ສ່ວນພະຍາຊຽງມຸ່ງ ເຈົ້າເມືອງວຽງຈັນຖືກຂ້າຕາຍຄາຄໍຊ້າງ. ພະຍາເພົາເຫັນບິດາຕາຍ ແລ້ວຖອຍທັບກັບໄປເມືອງວຽງຄຳ ກອງທັບເຈົ້າຟ້າງຸ່ມນຳຕີພະຍາເພົາຈົນເຖິງເມືອງວຽງຄຳ ແຕ່ເຂົ້າຕີເອົາເມືອງບໍ່ໄດ້ ເພາະມີກໍໄຜ່ໝາມເປັນກຳແພງລ້ອມໄວ້ຢ່າງໜາແໜ້ນ. ແມ່ທັບທັງ 3 ຂອງເຈົ້າຟ້າງຸ່ມຄື: ບາຈຸນ, ບາສຽມ, ບາຈີແຂ້ ກັບຄືນມາທູນພະເຈົ້າຟ້າງຸ່ມ ຢູ່ເມືອງວຽງຈັນໃຫ້ຊົງຊາບ ພະອົງຈື່ງສັ່ງໃຫ້ພະຄັງຫຼວງເອົາເງີນ ແລະ ຄໍາມາຕີເປັນພະຈຽງໜ້າ ໄດ້ຫຼາຍແລ້ວສົ່ງໃຫ້ແມ່ທັບ ແລະ ພະອົງຕັດສັ່ງໃຫ້ເປັນຄວາມລັບ ຍິງລູກໜ້າສຸມໃສ່ກໍໄຜ່ຕະຫຼອດເວລາ 3 ວັນເຮັດເໜືອນຈະຕີເຂົ້າເມືອງແລ້ວໃຫ້ເລີກທັບກັບຄືນມາ. ຝ່າຍປະຊາຊົ...

ສວນຊາ400ປີແຂວງຜົ້ງສາລີ

ສວນຊາ 400 ປີເມືອງຜົ້ງສາລີ. (ຜົ້ງສາລີ) ວັນພຸດ, 23 ກ.ລ 2014 14:00 ບ້ານກໍ ແມ່ນເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງຜົ້ງສາລີ, ເປັນບ້ານທີ່ມີປະຫັວດ ການປຸກຊາລ້ຽງຊີບມາແຕ່ດຶກດຳບັນ, ເຊິ່ງເມື່ອກ່ອນ ບ້ານມີຊື່ວ່າ "ບ້ານລຸງຈິງ" ຕາມການເລົ່າ ຂອງ ຄົນເຖົ້າອາວຸໂສຂອງບ້ານ ໃຫ້ຮູ້ວ່າ ບ້ານກໍ ແມ່ນນັບແຕ່ມື້ສ້າງຕັ້ງມາຮອດປະຈຸບັນໄດ້ 7 ຊົ່ວຄົນແລ້ວ ພ້ອມທັງສະເລ່ຍ ໃສ່ກົກຊາທີ່ປູກ ພ້ອມກັບການສ້າງຕັ້ງບ້ານ ແມ່ນມີອາຍຸປະມານ 400 ກ່ວາປີແລ້ວ. ສະນັ້ນ ຊາວເມືອງຈຶ່ງເອີ້ນກັນວ່າ "ກົກຊາ 400 ປີ" ຈົນເທົ່າທຸກມື້ນີ້, ໃນປະຈຸບັນນີ້ ການປູກຊາ, ຂາຍຊາ ເປັນອາຊິບຕົ້ນຕໍ ແລະ ຊາ 400 ກ່ວາປີ ມີປະມານ 32.25 ເຮັກຕາ, ລວມມີກົກຊາ 48.373 ກົກ, ເປັນກົກຊາ ທີ່ມີອາຍຸຍາວແຫ່ງດ່ຽວຢູ່ ສປປ ລາວ, ເຊິ່ງມີໄລຍະຫ່າງຈາກເທດສະບານແຂວງ 15 ກິໂລແມັດ.

ສະພາບເສດຖະກິດຫຼວງພະບາງ

ສະພາບເສດຖະກິດຂອງ ແຂວງຫຼວງພະບາງ ໂດຍສັງເຂບ ຫຼວງພະບາງ ຕັ້ງຢູ່ທາງພາກເໜືອຂອງ ສປປ ລາວ ເປັນແຂວງທີ່ຕັ້ງຢູ່ໃຈກາງ ແລະ ເປັນປະຕູເຂົ້າ-ອອກສູ່ບັນດາແຂວງທາງພາກເໜືອ ແລະ ທັງເປັນປະຕູທາງຜ່ານອອກສູ່ ສສ.ຫວຽດນາມ ມີເສັ້ນທາງຫຼວງແຫ່ງຊາດເລກທີ 13 ຜ່ານແຕ່ເໜືອເຖິງໃຕ້, ມີແມ່ນໍ້າຂອງເປັນແມ່ນໍ້າສາຍຫຼັກ, ມີເນື້ອທີ່ທັງໝົດ 20,009 ກມ2, ມີປະຊາກອນ 454,095 ຄົນ, ຍິງ 278,000 ຄົນ (ກ່ອນການສໍາຫຼວດ2015) ຄວາມໜາແໜ້ນຂອງປະຊາກອນສະເລ່ຍ 23 ຄົນ/ກມ, ປະກອບດ້ວຍ 12 ເມືອງ, ມີ 752 ບ້ານ, ເນື້ອທີ່ສ່ວນໃຫຍ່ເປັນພູຜາປ່າດົງ, ທົ່ງພຽງແມ່ນມີໜ້ອຍ, ລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍໃສ່ຫົວຄົນແມ່ນປະມານ 12,256,000 ກີບ/ປີ ຫຼື ເທົ່າກັບ 1,532 ໂດລາ/ປີ (ປີ2015). ຈາກໂຄງປະກອບພາຍໃນ 5 ປີ (2011-2015) ເຫັນວ່າໄດ້ມີການຫັນປ່ຽນໄປຕາມທິດທາງທ່າແຮງເສດຖະກິດຂອງແຂວງ ແລະ ກ້າວໄປຕາມທິດຫັນເປັນການບໍລິການ, ເປັນອຸດສາຫະກໍາ ແລະ ກະສິກໍາໃນນັ້ນ: ການຂະຫຍາຍຕົວຂອງຍອດຜະລິດຕະພັນ ພາຍໃນຂົງເຂດກະສິກຳ-ປ່າໄມ້ ເພີ່ມຂຶ້ນລະຫວ່າງ 3-4% ຕໍ່ປີ, ອຸດສາຫະກຳ ເພີ່ມຂຶ້ນສະເລ່ຍ 12,5% /ປີ ແລະ ຂົງເຂດການບໍລິການເພີ່ມຂຶ້ນສະເລ່ຍ 12% ຕໍ່ປີ, ລາຍລະອຽດໂຄງປະກອບບາງດ້ານດັ່ງນີ້: ດ້ານອຸດສາຫະກໍາ ໃນ 5 ປີ ຜ່ານມ...

ແຫຼ່ງທ່ອງທ່ຽວ

ແຫຼ່ງທ່ອງທ່ຽວ ຫີນໜາມໜໍ່ ບ້ານທີ່ສຳຄັນໃນການທ່ອງທ່ຽວ 1. ບ້ານ ໜອງປີງ ບ້ານ ໜອງປີງ ເປັນບ້ານທີ່່ປົກປັກຮັກສາ ຖ້ຳນ້ຳລອດເຊບັ້ງໄຟ ບ້ານນີ້ມີປະຊາກອນ 273 ຄົນ (53 ຄອບຄົວ/49 ຫຼັງຄາເຮືອນ) ເປັນບ້ານທີ່ມີຫຼາຍຊົນເຜົ່າ ອາໄສຢູ່ນຳກັນປະກອບມີ ຊົ່ນເຜົ່າມາກອງ, ຊົນເຜົ່າກະເລືອງ, ຊົນເຜົ່າສະລາງ ແລະ ຊົນເຜົ່າຜູ້ໄທ ພາຍໃນບ້ານ ໜອງປິງ ມີຖ້ຳສາມແຫ່ງ ທີ່ໄດ້ສຳຫຼວດໃນລະຫວ່າງ ການປຶກສາຫາລື. ຫ່າງຈາກບ້ານໄປພຽງແຕ່ 300 ແມັດ ມີຖ້ຳໜຶ່ງເອີ້ນວ່າ ຖ້ຳລອງ (ຖ້ຳຫີບສົບ). ມັນເປັນຖໍ້ານ້ອຍແຕ່ວ່າ ເປັນຖໍ້າທີ່ສຳຄັນ ຕໍ່ກັບຊາວບ້ານ. ຊື່ ຖ້ຳລອງໄດ້ຖືກເອີ້ນ ໃຊ້ມາເປັນເວລາດົນນານແລ້ວ ແລະ ຫີບສົບໄມ້ກໍ່ຍັງຢູ່ໃນນັ້ນ. ຫີບສົບໄມ້ເຫຼົ່ານີ້ເຊື່ອວ່າ ມາຈາກກຸ່ມຊົນເຜົ່າທີ່ບໍ່ຮູ້ຊື່ ແລະ ຢູ່ໃນຖ້ຳນີ້ ກ່ອນທີ່ຊາວມາກອງ ເຂົ້າມາດຳລົງຊີວິດ ໃນບໍລິເວນໃກ້ຄຽງນີ້. ທະຫານຫວຽດນາມເໜືອ ຈຳນວນຫຼາຍພັນຄົນ ໄດ້ນຳໃຊ້ຖ້ຳແຫ່ງນີ້ ໃນຊ່ວງໄລຍະສົງຄາມ ອິນໂດຈີນຄັ້ງທີສອງ. ສ່ວນໜຶ່ງຂອງຖ້ຳນີ້ ເປັນບ່ອນເກັບມ້ຽນ ທະຫານເສຍຊີວິດຈຳນວນ 203 ສະຫາຍ ທີ່ໄດ້ບັນຈຸໄວ້ໃນໂກນໄມ້ ທີ່ເຮັດເປັນຫີບສົບ. ໃນເມື່ອບໍ່ດົນມານີ້ ນາຍພັນເອກ ຈ່ວຍ ຈາກກອງທັບ ທະຫານຫວຽດນາມ ໄດ້ມາເກັບກູ້ກະດູກ ແລະ ສົ່ງກະດູກທະຫານ ກັບຄືນສູ່ປະເທດຫວຽດນາມ. ຕຳນານຖ້ຳລອງ: ແຕ...

ປະຫວັດຄວາມເປັນມາແຂວງຈຳປາສັກ

ປະຫວັດແຂວງຈຳປາສັກ[ແກ້ໄຂ] ໃນສະໃໝກ່ອນຝຣັ່ງຍຶດຄອງ ເມືອງເອກຂອງແຂວງນີ້ຄື ເມືອງຈຳປາສັກ ຕັ້ງຢູ່ທາງຝັ່ງຂວາຂອງແມ່ນ້ຳຂອງ ແຕ່ຫຼັງຈາກຝຣັ່ງໄດ້ເຂົ້າມາຍຶດຄອງປະເທດລາວແລ້ວ ກໍຍ້າຍເມືອງເອກໄປທີ່ປາກເຊ ຊຶ່ງຢູ່ທາງເໜືອຈາກ ຈຳປາສັກ ໄປ 30 ກິໂລແມັດ ແລະ ຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ ແຂວງຈຳປາສັກນີ້ເປັນທີ່ຕັ້ງຂອງສຸດຍອດທຳມະຊາດຂອງປະເທດລາວ ເຊ່ັນ ນ້ຳຕົກຄາດຄອນພະເພັງ ນ້ຳຕົກຕາດຜາສ້ວມ, ນ້ຳຕົກຫຼີ່ຜີ ເຂດຕິດຕໍ່ຂອງແຂວງນີ້ ທາງຕະເວັນຕົກສາມາດຂ້າມໄປປະເທດໄທທາງດ່ານຊ່ອງເມັກໄດ້ ແລະ ທາງໃຕ້ ຍັງສາມາດຂ້າມໄປກັມປູເຈຍທາງເວີນຄາມໄດ້ອີກດ້ວຍ