ສະພາບເສດຖະກິດຫຼວງພະບາງ
ສະພາບເສດຖະກິດຂອງ ແຂວງຫຼວງພະບາງ ໂດຍສັງເຂບ
ຫຼວງພະບາງ ຕັ້ງຢູ່ທາງພາກເໜືອຂອງ ສປປ ລາວ ເປັນແຂວງທີ່ຕັ້ງຢູ່ໃຈກາງ ແລະ ເປັນປະຕູເຂົ້າ-ອອກສູ່ບັນດາແຂວງທາງພາກເໜືອ ແລະ ທັງເປັນປະຕູທາງຜ່ານອອກສູ່ ສສ.ຫວຽດນາມ ມີເສັ້ນທາງຫຼວງແຫ່ງຊາດເລກທີ 13 ຜ່ານແຕ່ເໜືອເຖິງໃຕ້, ມີແມ່ນໍ້າຂອງເປັນແມ່ນໍ້າສາຍຫຼັກ, ມີເນື້ອທີ່ທັງໝົດ 20,009 ກມ2, ມີປະຊາກອນ 454,095 ຄົນ, ຍິງ 278,000 ຄົນ (ກ່ອນການສໍາຫຼວດ2015) ຄວາມໜາແໜ້ນຂອງປະຊາກອນສະເລ່ຍ 23 ຄົນ/ກມ, ປະກອບດ້ວຍ 12 ເມືອງ, ມີ 752 ບ້ານ, ເນື້ອທີ່ສ່ວນໃຫຍ່ເປັນພູຜາປ່າດົງ, ທົ່ງພຽງແມ່ນມີໜ້ອຍ, ລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍໃສ່ຫົວຄົນແມ່ນປະມານ 12,256,000 ກີບ/ປີ ຫຼື ເທົ່າກັບ 1,532 ໂດລາ/ປີ (ປີ2015).
ຈາກໂຄງປະກອບພາຍໃນ 5 ປີ (2011-2015) ເຫັນວ່າໄດ້ມີການຫັນປ່ຽນໄປຕາມທິດທາງທ່າແຮງເສດຖະກິດຂອງແຂວງ ແລະ ກ້າວໄປຕາມທິດຫັນເປັນການບໍລິການ, ເປັນອຸດສາຫະກໍາ ແລະ ກະສິກໍາໃນນັ້ນ: ການຂະຫຍາຍຕົວຂອງຍອດຜະລິດຕະພັນ ພາຍໃນຂົງເຂດກະສິກຳ-ປ່າໄມ້ ເພີ່ມຂຶ້ນລະຫວ່າງ 3-4% ຕໍ່ປີ, ອຸດສາຫະກຳ ເພີ່ມຂຶ້ນສະເລ່ຍ 12,5% /ປີ ແລະ ຂົງເຂດການບໍລິການເພີ່ມຂຶ້ນສະເລ່ຍ 12% ຕໍ່ປີ, ລາຍລະອຽດໂຄງປະກອບບາງດ້ານດັ່ງນີ້:
ດ້ານອຸດສາຫະກໍາ
ໃນ 5 ປີ ຜ່ານມາ ເຫັນວ່າສະພາບການລົງທຶນໃນຂົງເຂດອຸດສາຫະກໍາ ແລະ ຫັດຖະກໍາ ແມ່ນມີທ່າຂະຫຍາຍຕົວດີຂື້ນ ເຊິ່ງສະແດງອອກໄດ້ເກີດມີໜໍ່ແໜງໂຮງຈັກໂຮງງານຂຶ້ນຫຼາຍບ່ອນ, ຊຶ່ງເຮັດໃຫ້ໂຄງປະກອບຂອງຍອດຜະລິດຕະພັນພາຍໃນແຂວງ ແມ່ນມີການປ່ຽນແປງໃນທ່າອ່ຽງດີຂຶ້ນ ສິ່ງພົ້ນເດັ່ນໄດ້ສຳເລັດການກໍ່ສ້າງໂຮງງານຊີມັງຫລັງທີ່ 2 ມີກຳລັງຜະລິດ 250,000 ໂຕນ/ປີ, ສຳເລັດສ້າງຕັ້ງໂຮງງານກະເບື້ອງແຫ່ງທີ່ 2 ຢູ່ເຂດອຸດສາຫະກຳນ້ຳຖ້ວມ, ໂຮງງານປຸງແຕ່ງຢາງປຣາສະຕິກ ແລະ ໂຮງງານອື່ນໆຈຳນວນໜຶ່ງ. ມາຮອດປະຈຸບັນທົ່ວແຂວງຫລວງພະບາງ ມີໂຮງງານອຸດສາຫະກໍາປຸງແຕ່ງທີ່ໄດ້ຮັບອະນຸຍາດທັງໝົດ 213 ແຫ່ງ ເພີ່ມຂຶ້ນ 125 ແຫ່ງ, ໃນນີ້: ໂຮງງານຂະ ໜາດໃຫຍ່ມີ 58 ແຫ່ງ, ໂຮງງານຂະໜາດກາງມີ 75 ແຫ່ງ, ໂຮງງານຂະໜາດນ້ອຍມີ 80 ແຫ່ງນອກຈາກນີ້ ຍັງມີການຜະລິດອຸດສາຫະກຳນ້ອຍແບບຄອບຄົວມີ 7,382 ແຫ່ງ ( ນໍາໃຊ້ເຄື່ອງຈັກຕໍ່າກວ່າ 10 ແຮງມ້າ).
ດ້ານການຄ້າ
ມາເຖິງປະຈຸບັນ ແຂວງ ຫຼວງພະບາງ ມີຕະຫຼາດທັງໝົດ 89 ແຫ່ງ, ໃນນັ້ນ, ມີຕະຫຼາດຖາວອນ 25 ແຫ່ງ, ເຄີ່ງຖາວອນ 8 ແຫ່ງ ແລະ ມີຕະຫຼາດນັດຊົນນະບົດ 56 ແຫ່ງ ຖ້າທຽບໃນປີ 2010 ເພີ່ມຂື້ນ 4 ແຫ່ງ, ນອກນັ້ນ ຍັງມີຮ້ານຊັບພະສິນຄ້າ 1 ແຫ່ງ ແລະ ຕະຫຼາດທ່ອງທ່ຽວກາງຄືນ 1 ແຫ່ງ, ໃນສົກປີ 2011-2015 ຜ່ານມາ ໄດ້ອອກໃບທະບຽນວິສາຫະກິດລວມທັງໝົດ 3,720 ຫົວໜ່ວຍ ແຍກເປັນຂົງເຂດດັ່ງນີ້:
ຂົງເຂດກະສິກຳ-ປ່າໄມ້ ແລະ ການປະມົງ ມີ 403 ຫົວໜ່ວຍ
ຂົງເຂດອຸດສາຫະກຳ-ຫັດຖະກຳ ມີ 177 ຫົວໜ່ວຍ
ຂົງເຂດການຄ້າ ແລະ ການບໍລິການ ມີ 3,140 ຫົວໜ່ວຍ
ມາເຖິງປະຈຸບັນ ມີວິສາຫະກິດທີ່ຂື້ນທະບຽນແລ້ວທັງໝົດ 10,143 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 2,649.6 ຕື້ກີບ, ເປັນເງິນຕາຕ່າງປະເທດ 276,7 ລ້ານໂດລາສະຫະລັດ ໃນນີ້ເປັນການລົງທຶນຂອງເອກະຊົນພາຍໃນ 9,930 ຫົວໜ່ວຍ ແລະ ການລົງທຶນຂອງຕ່າງປະເທດ 163 ຫົວໜ່ວຍ ແລະ ພາຍໃນຮ່ວມກັບຕ່າງປະເທດ 50 ຫົວໜ່ວຍ.
ความคิดเห็น
แสดงความคิดเห็น