ສວນຊາ400ປີແຂວງຜົ້ງສາລີ

ສວນຊາ 400 ປີເມືອງຜົ້ງສາລີ. (ຜົ້ງສາລີ) ວັນພຸດ, 23 ກ.ລ 2014 14:00 ບ້ານກໍ ແມ່ນເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງຜົ້ງສາລີ, ເປັນບ້ານທີ່ມີປະຫັວດ ການປຸກຊາລ້ຽງຊີບມາແຕ່ດຶກດຳບັນ, ເຊິ່ງເມື່ອກ່ອນ ບ້ານມີຊື່ວ່າ "ບ້ານລຸງຈິງ" ຕາມການເລົ່າ ຂອງ ຄົນເຖົ້າອາວຸໂສຂອງບ້ານ ໃຫ້ຮູ້ວ່າ ບ້ານກໍ ແມ່ນນັບແຕ່ມື້ສ້າງຕັ້ງມາຮອດປະຈຸບັນໄດ້ 7 ຊົ່ວຄົນແລ້ວ ພ້ອມທັງສະເລ່ຍ ໃສ່ກົກຊາທີ່ປູກ ພ້ອມກັບການສ້າງຕັ້ງບ້ານ ແມ່ນມີອາຍຸປະມານ 400 ກ່ວາປີແລ້ວ. ສະນັ້ນ ຊາວເມືອງຈຶ່ງເອີ້ນກັນວ່າ "ກົກຊາ 400 ປີ" ຈົນເທົ່າທຸກມື້ນີ້, ໃນປະຈຸບັນນີ້ ການປູກຊາ, ຂາຍຊາ ເປັນອາຊິບຕົ້ນຕໍ ແລະ ຊາ 400 ກ່ວາປີ ມີປະມານ 32.25 ເຮັກຕາ, ລວມມີກົກຊາ 48.373 ກົກ, ເປັນກົກຊາ ທີ່ມີອາຍຸຍາວແຫ່ງດ່ຽວຢູ່ ສປປ ລາວ, ເຊິ່ງມີໄລຍະຫ່າງຈາກເທດສະບານແຂວງ 15 ກິໂລແມັດ.

ความคิดเห็น

โพสต์ยอดนิยมจากบล็อกนี้

ເມືອງທຸລະຄົມ

ປະຫວັດຄວາມເປັນມາແຂວງຈຳປາສັກ