ເມືອງທຸລະຄົມ
ປະຫວັດຫຍໍ້ຂອງເມືອງທຸລະຄົມ ປະຫວັດຫຍໍ້ຂອງເມືອງທຸລະຄົມ ໄດ້ແບ່ງອອກເປັນ 3 ໄລຍະຄື: I. ໄລຍະທີ I ສະໄໝເມືອງທຸລະຄົມໄດ້ຕິດພັນກັບປະຫວັດສາດອາຈັກລ້ານຊ້າງ. ປີ ຄສ 1365 (ພສ 1898) ພຣະເຈົ້າຟ້າງຸ່ມຍົກທັບມາຕີເອົາເມືອງວຽງຈັນ ພຣະອົງ ແຕ່ງໃຫ້ບາໂບ, ບາຈີແຂ້ ເປັນຫົວໜ້າ ຝ່າຍພະຍາຊຽງມຸ່ງເຈົ້າເມືອງວຽງຈັນ ແລະ ພະຍາເພົາ ບຸດຂອງພະຍາຊຽງມຸ່ງ ຊຶ່ງເປັນເຈົ້າເມືອງວຽງຄຳ ຄັນໄດ້ຊາບຂ່າວເຈົ້າຟ້າງຸ່ມຍົກທັບມາຢຽບຢໍ່າດິນແດນ ກໍ່ເກນພົນລະເມືອງທັງສອງເມືອງອອກຕໍ່ສູ້ ໄດ້ພົນ 20.000 ຄົນ, ຊ້າງ 500 ໂຕ. ການຕໍ່ສູ້ໄດ້ເປັນໄປຢ່າງດຸເດືອດ, ສ່ວນພະຍາຊຽງມຸ່ງ ເຈົ້າເມືອງວຽງຈັນຖືກຂ້າຕາຍຄາຄໍຊ້າງ. ພະຍາເພົາເຫັນບິດາຕາຍ ແລ້ວຖອຍທັບກັບໄປເມືອງວຽງຄຳ ກອງທັບເຈົ້າຟ້າງຸ່ມນຳຕີພະຍາເພົາຈົນເຖິງເມືອງວຽງຄຳ ແຕ່ເຂົ້າຕີເອົາເມືອງບໍ່ໄດ້ ເພາະມີກໍໄຜ່ໝາມເປັນກຳແພງລ້ອມໄວ້ຢ່າງໜາແໜ້ນ. ແມ່ທັບທັງ 3 ຂອງເຈົ້າຟ້າງຸ່ມຄື: ບາຈຸນ, ບາສຽມ, ບາຈີແຂ້ ກັບຄືນມາທູນພະເຈົ້າຟ້າງຸ່ມ ຢູ່ເມືອງວຽງຈັນໃຫ້ຊົງຊາບ ພະອົງຈື່ງສັ່ງໃຫ້ພະຄັງຫຼວງເອົາເງີນ ແລະ ຄໍາມາຕີເປັນພະຈຽງໜ້າ ໄດ້ຫຼາຍແລ້ວສົ່ງໃຫ້ແມ່ທັບ ແລະ ພະອົງຕັດສັ່ງໃຫ້ເປັນຄວາມລັບ ຍິງລູກໜ້າສຸມໃສ່ກໍໄຜ່ຕະຫຼອດເວລາ 3 ວັນເຮັດເໜືອນຈະຕີເຂົ້າເມືອງແລ້ວໃຫ້ເລີກທັບກັບຄືນມາ. ຝ່າຍປະຊາຊົ...
ความคิดเห็น
แสดงความคิดเห็น