ແຫຼ່ງທ່ອງທ່ຽວ
ແຫຼ່ງທ່ອງທ່ຽວ ຫີນໜາມໜໍ່
ບ້ານທີ່ສຳຄັນໃນການທ່ອງທ່ຽວ
1. ບ້ານ ໜອງປີງ
ບ້ານ ໜອງປີງ ເປັນບ້ານທີ່່ປົກປັກຮັກສາ ຖ້ຳນ້ຳລອດເຊບັ້ງໄຟ ບ້ານນີ້ມີປະຊາກອນ 273 ຄົນ (53 ຄອບຄົວ/49 ຫຼັງຄາເຮືອນ) ເປັນບ້ານທີ່ມີຫຼາຍຊົນເຜົ່າ ອາໄສຢູ່ນຳກັນປະກອບມີ ຊົ່ນເຜົ່າມາກອງ, ຊົນເຜົ່າກະເລືອງ, ຊົນເຜົ່າສະລາງ ແລະ ຊົນເຜົ່າຜູ້ໄທ ພາຍໃນບ້ານ ໜອງປິງ ມີຖ້ຳສາມແຫ່ງ ທີ່ໄດ້ສຳຫຼວດໃນລະຫວ່າງ ການປຶກສາຫາລື.
ຫ່າງຈາກບ້ານໄປພຽງແຕ່ 300 ແມັດ ມີຖ້ຳໜຶ່ງເອີ້ນວ່າ ຖ້ຳລອງ (ຖ້ຳຫີບສົບ). ມັນເປັນຖໍ້ານ້ອຍແຕ່ວ່າ ເປັນຖໍ້າທີ່ສຳຄັນ ຕໍ່ກັບຊາວບ້ານ. ຊື່ ຖ້ຳລອງໄດ້ຖືກເອີ້ນ ໃຊ້ມາເປັນເວລາດົນນານແລ້ວ ແລະ ຫີບສົບໄມ້ກໍ່ຍັງຢູ່ໃນນັ້ນ. ຫີບສົບໄມ້ເຫຼົ່ານີ້ເຊື່ອວ່າ ມາຈາກກຸ່ມຊົນເຜົ່າທີ່ບໍ່ຮູ້ຊື່ ແລະ ຢູ່ໃນຖ້ຳນີ້ ກ່ອນທີ່ຊາວມາກອງ ເຂົ້າມາດຳລົງຊີວິດ ໃນບໍລິເວນໃກ້ຄຽງນີ້. ທະຫານຫວຽດນາມເໜືອ ຈຳນວນຫຼາຍພັນຄົນ ໄດ້ນຳໃຊ້ຖ້ຳແຫ່ງນີ້ ໃນຊ່ວງໄລຍະສົງຄາມ ອິນໂດຈີນຄັ້ງທີສອງ. ສ່ວນໜຶ່ງຂອງຖ້ຳນີ້ ເປັນບ່ອນເກັບມ້ຽນ ທະຫານເສຍຊີວິດຈຳນວນ 203 ສະຫາຍ ທີ່ໄດ້ບັນຈຸໄວ້ໃນໂກນໄມ້ ທີ່ເຮັດເປັນຫີບສົບ. ໃນເມື່ອບໍ່ດົນມານີ້ ນາຍພັນເອກ ຈ່ວຍ ຈາກກອງທັບ ທະຫານຫວຽດນາມ ໄດ້ມາເກັບກູ້ກະດູກ ແລະ ສົ່ງກະດູກທະຫານ ກັບຄືນສູ່ປະເທດຫວຽດນາມ.
ຕຳນານຖ້ຳລອງ: ແຕ່ກີ້ແຕ່ກ່ອນ ກ່ອນການສ້າງຕັ້ງບ້ານໜອງປີງ ຊາວບ້ານເອີ້ນບ້ານນີ້ວ່າ ບ້ານ ກົກມວ່ງເຖົ້າ. ໃນຊ່ວງເວລານັ້ນ ໃນເມື່ອຊາວບ້ານເສຍຊີວິດ ພວກເຂົາຈະເອົາສົບຄົນຕາຍເຂົ້າໄວ້ໃນຫີບສົບໄມ້ ແລ້ວເອົາໄປໄວ້ໃນຖ້ຳ, ແລະ ບໍ່ໄດ້ມີຂະບວນແຮ່ສົບ ຫຼື ພິທີການໃຫ້ກັບຄົນທີ່ເສຍຊີວິດໄປ. ຫຼັງຈາກ 3-7 ມື້ ຊາກສົບນັ້ນພື້ນຄືນມາມີຊີວິດອີກຄັ້ງ.ໃນມື້ຕໍ່ມາຊາວບ້ານໄດ້ສັງເກດເຫັນບ້ານໃກ້ຄຽງກຳລັງດຳເນີນຂະບວນພິທີແຮ່ສົບ ໃນເມື່ອຊາວບ້ານຜູ້ໃດຜູ້ໜຶ່ງໄດ້ເສຍຊີວິດໄປ ແລະ ພວກເຂົາຄິດວ່າມັນຄືມ່ວນຊື່ນ. ໃນເວລາຕໍ່ມາເມື່ອຜູ້ໃດຜູ້ໜຶ່ງເສຍຊີວິດ ພວກເຂົາໄດ້ເຮັດຕາມພິທີການ ແລະ ພວກເຂົາໄດ້ພົບວ່າຊາກສົບຍັງຕາຍຄືເກົ່າ. ພວກເຂົາເສຍໃຈກ່ຽວກັບເລື່ອງນີ້ ແລະ ພວກເຂົາໄດ້ກັບຄືນສູ່ວິທີແບບເກົ່າ ແລະ ພົບວ່າຊາກສົບຍັງຄົງບໍ່ມີຊີວິດຄືເກົ່າ ແລະ ເວດມົນບໍ່ໄດ້ມີຜົນປະໂຫຍດອີກຕໍ່ໄປ. ໃນປະຈຸບັນຊາວບ້ານໄດ້ເຮັດພິທີຝັງສົບ ແລະ ຍອມຮັບວ່າຄົນເຮົາຕາຍໄປຈະບໍ່ມີວັນກັບຄືນມາມີຊີວິດອີກຄັ້ງ.ໄດ້ສຳຫຼວດຖ້ຳອື່ນໆປະກອບມີຖ້ຳບິ່່ງ (ຖ້ຳເຈຍ) ເຊິ່ງສັບຊົນຍ້ອນໃກ້ກັບຖ້ຳພະລືສີ. ສິ່ງທີ່ໜ້າສົນໃຈທີ່ສໍາຄັນເຖິງແມ່ນວ່າຖ້ຳນໍ້າລອດເຊບັ້ງໄຟ.
ຕຳນານຖ້ຳນ້ຳລອດເຊບັ້ງໄຟ: ແຕ່ກ່ອນກີ້ ຊາວບ້ານຄິດວ່າຖໍ້ານີ້ເປັນບໍ່ກໍາເນີດຂອງແມ່ນນໍ້າເຊບັ້ງໄຟ ແລະ ເອີ້ນຖໍ້ານີ້ວ່າ ຖໍ້າຄຸນເຊ ມີຄວາມໝາຍວ່າ ຖ້ຳເປັນບໍ່ກຳເນີດຂອງແມ່ນໍ້າ. ອີງຕາມຕຳນານຂອງບ້ານ ຖໍ້າແຫ່ງນີ້ໄດ້ເປັນບ່ອນອາໄສເຈົ້າຖິ່ນເຈົ້າຖານ. ມີວັນໜຶ່ງມີແຄນເພ້ອັນໜຶ່ງໄດ້ຕົກລົງໃສ່ທາງເຂົ້າຖ້ຳ ແລະ ພົບວ່າແຄນນັ້ນໄດ້ກັບຄືນສູ່ສະພາບເດີມໃນຕອນເຊົ້າມື້ຕໍ່ມາ. ເຈົ້າຖິ່ນເຈົ້າຖານໃຫ້ຢືມເຄື່ອງນຸ່ງທີ່ສວຍສົດງົດງາມ ໃຫ້ແຕ່ລະຄົນສຳລັບພິທີການ ຈົນຮອດມື້ໜຶ່ງ ມີຜູ້ຍິງຄົນໜຶງ ບໍ່ທຳຄວາມສະອາດເລືອດ ທີ່ເປື້ອນຕິດຕາມເສື້ອຜ້າ ກ່ອນທີ່ຈະສົ່ງໃຫ້ກັບເຈົ້າຖິ່ນເຈົ້າຖານ.
ຫຼັງຈາກນັ້ນ ເຈົ້າຖິ່ນເຈົ້າຖານ ບໍ່ໃຫ້ຊາວບ້ານຍືມເຄື່ອງນຸ່ງອີກເລີຍ. ພວກຊາວບ້ານຍັງເຊື່ອຖືວ່າ ເຈົ້າຖິ່ນເຈົ້າຖານຍັງເມດຕາກະລຸນາຄື ໃນເມື່ອຊາວບ້ານຕົກທຸກໄດ້ຍາກ ໃນຊ່ວງທີ່ພວກເຂົາເກັບຮັງນົກແອນ ແລະ ຮັງເຈຍ ຢູ່ໃນບ່ອນທີ່ພວກເຂົານອນ ບໍ່ເຄີຍເສຍຊີວິດ ຈາກການຫາຮັງນົກແອນ. ບໍ່ພຽງແຕ່ເທົ່ານັ້ນ ຍັງບໍ່ມີລະເບີດຖີ້ມ ເຂົ້າໃນປ່ອງຖ້ຳໃນຊ່ວງສົ່ງຄາມ. ການເສຍສະຫຼະຖືວ່າ ເປັນປະເພນີຖືກເຮັດກ່ອນການເຂົ້າໃນຖ້ຳທຸກຄັ້ງ. ໃນປະຈຸບັນ ໄດ້ເຮັດເຄື່ອງບູຊາຂື້ນປີລະຄັ້ງ ເພື່ອຮັບປະກັນໃຫ້ ເຈົ້າຖິ່ນເຈົ້າຖານປົກປັກຮັກສາຕໍ່ໄປ
ความคิดเห็น
แสดงความคิดเห็น